ສມປຊ ຕ້ອນຮັບການຢ້ຽມຢາມ ພົບປະ ແລະ ໂອ້ລົມຊີ້ນຳ ຂອງສະຫາຍ ເລຂາທິການໃຫຍ່ ປະທານປະເທດ
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີຕ້ອນຮັບຢ່າງສົມກຽດ ໃນໂອກາດການເຂົ້າພົບປະຢ້ຽມຢາມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 18 ສິງຫານີ້. ໂດຍໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຢູ່ໜ້າສະໂມສອນ ສມປຊ ຈາກ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ ແລະ ຄະນະນຳ ສມປຊ.
ເບິ່ງທັງໝົດ — Pasaxon →ຮວບຮວມຈາກສຳນັກຂ່າວຊັ້ນນຳຂອງປະເທດ. ທຸກຂ່າວເຊື່ອມຕໍ່ຫາແຫຼ່ງຕົ້ນສະບັບ.







